ການປະເມີນຜົນ ຄວາມຫຼາກຫຼາຍທາງດ້ານຊີວະພາບ ທີ່ເມືອງ ດາກຈຶງ, ແຂວງ ເຊກອງ
ການສຳຫຼວດໄດ້ຮັບການອອກແບບ ໃຫ້ກວມເອົາເຂດພື້ນທີ່ບູລິມະສິດທັງໝົດ ເພື່ອຢືນຢັນວ່າ ມີ ຫຼື ບໍ່ມີສາຍພັນເປົ້າໝາຍ. ການສຳຫຼວດພາກສະໜາມ ສຳລັບແຕ່ລະກຸ່ມສຳຫຼວດ ໄດ້ດຳເນີນການໂດຍ 3 ທີມຍ່ອຍເຊັ່ນ ສັດລ້ຽງລູກດ້ວຍນໍ້ານົມ, ສັດເລືອຄານ ແລະ ພືດ. ແຕ່ລະທີມຍ່ອຍ ໄດ້ກຳນົດແຫຼ່ງທີ່ຢູ່ອາໄສ ທີ່ສົນໃຈຕ່າງໆ ສຳລັບການສຳຫຼວດແບບສະເພາະເຈາະຈົງ ຊຶ່ງອີງຕາມຂໍ້ມູນທີ່ໄດ້ຈາກການສຳພາດກັບບ້ານ ແລະ ການວິເຄາະ ລະບົບຂໍ້ມູນພູມີສາດ. ການສຳຫຼວດດຳເນີນການ ເປັນເວລາ 3-4 ວັນ ຕໍ່ເຂດພື້ນທີ່ສຳຫຼວດ ສຳລັບການລົງສະໜາມແຕ່ລະຄັ້ງ (ລະດູຝົນ ແລະ ລະດູແລ້ງ).
ການຕັ້ງຖິ່ນຖານຂອງ ຊົນເຜົ່າ ຕຣາລ່ຽງ, ກຸ່ມຊົນເຜົ່າ ຂອງເມືອງ ດາກຈຶງ
ການສຳພາດຊາວບ້ານ ໄດ້ດຳເນີນຢູ່ຕາມບ້ານຕ່າງໆ ທີ່ຕັ້ງຢູ່ບໍລິເວນໃກ້ຄຽງກັບພື້ນທີ່ສຳຫຼວດໄດ້ແກ່ ບ້ານດາກດົມ, ບ້ານດາກຕະອອກ, ບ້ານ ດາກເດີນ ແລະ ບ້ານພ້າວ ແລະ ບ້ານ ດາກກາງ.
ຕົວຢ່າງພັນພືດ ໃນເມືອງດາກຈຶງ, ແຂວງເຊກອງ
ການສຳຫຼວດພືດແບບແບ່ງຜືນເຂດເຂດ ໄດ້ດຳເນີນປະຕິບັດ ເພື່ອສ້າງ ລາຍຊື່ພັນພືດ ທີ່ມີຢູ່ໃນເຂດພື້ນທີ່ສຳຫຼວດ ໂດຍກຳນົດ ຄວາມໜາແໜ້ນ, ຄວາມຖິ່, ສາຍພັນທີ່ໃກ້ສູນພັນ, ພືດສະເພາະຖິ່ນ (ບັນທຶກເປັນຄັ້ງທຳອິດ) ຂອງປະເທດລາວ.
- ← Previous
- 1
- 2 (current)
- Next →


