IMG-52312.png

ການພັດທະນາແບບຍືນຍົງ

icon-home.png

8,400

ຄົວເຮືອນ ໄດ້ຮັບພະລັງງານສະອາດຕໍ່ປີ

icon-turbine.png

35M+

ໂຕນແກ໊ສ CO2 ຖືກລົດລົງພາຍໃນອາຍຸຂອງໂຄງການ

ການປະເມິນຜົນກະທົບ ດ້ານສິ່ງແວດລ້ອມ, ສັງຄົມ ແລະ ສຸຂະພາບ

ການປະເມີນຜົນ ຄວາມຫຼາກຫຼາຍທາງດ້ານຊີວະພາບ ທີ່ເມືອງ ດາກຈຶງ, ແຂວງ ເຊກອງ

ການປະເມີນຜົນ ຄວາມຫຼາກຫຼາຍທາງດ້ານຊີວະພາບ ທີ່ເມືອງ ດາກຈຶງ, ແຂວງ ເຊກອງ

ການສຳຫຼວດໄດ້ຮັບການອອກແບບ ໃຫ້ກວມເອົາເຂດພື້ນທີ່ບູລິມະສິດທັງໝົດ ເພື່ອຢືນຢັນວ່າ ມີ ຫຼື ບໍ່ມີສາຍພັນເປົ້າໝາຍ. ການສຳຫຼວດພາກສະໜາມ ສຳລັບແຕ່ລະກຸ່ມສຳຫຼວດ ໄດ້ດຳເນີນການໂດຍ 3 ທີມຍ່ອຍເຊັ່ນ ສັດລ້ຽງລູກດ້ວຍນໍ້ານົມ, ສັດເລືອຄານ ແລະ ພືດ. ແຕ່ລະທີມຍ່ອຍ ໄດ້ກຳນົດແຫຼ່ງທີ່ຢູ່ອາໄສ ທີ່ສົນໃຈຕ່າງໆ ສຳລັບການສຳຫຼວດແບບສະເພາະເຈາະຈົງ ຊຶ່ງອີງຕາມຂໍ້ມູນທີ່ໄດ້ຈາກການສຳພາດກັບບ້ານ ແລະ ການວິເຄາະ ລະບົບຂໍ້ມູນພູມີສາດ. ການສຳຫຼວດດຳເນີນການ ເປັນເວລາ 3-4 ວັນ ຕໍ່ເຂດພື້ນທີ່ສຳຫຼວດ ສຳລັບການລົງສະໜາມແຕ່ລະຄັ້ງ (ລະດູຝົນ ແລະ ລະດູແລ້ງ).

  • Jun 08, 2022
  • Read More

ການພັດທະນາຊຸມຊົນ

ການສ້າງໂອກາດອັນທະວີຄູນ ແກ່ຊຸມຊົນທ້ອງຖິ່ນໃນຂົງເຂດ

ໂຄງການພະລັງງານ ມອນສູນ ວິນດ໌ ເປັນໂຄງການພະລັງງານລົມຂະໜາດ 600 ເມກາວັດຕຕ໌ (MW) ຊຶ່ງຕັ້ງຢູ່ແຂວງເຊກອງ ແລະ ແຂວງອັດຕະປືຂອງ ສປປ.ລາວ. ໂຄງການນີ້ ຈະສົ່ງໄຟຟ້າໝູນວຽນທີ່ຜະລິດໄດ້ໃຫ້ແກ່ ຫວຽດນາມພາກກາງ ຜ່ານສາຍສົ່ງໄຟຟ້າຂະໜາດ 500 ກິໂລໂວລຕ໌ (kV) ແລະ ສາມາດຊ່ວຍຫຼຸດຜ່ອນ ແກ໊ສຄາຣ໌ບອນໄດອອກໄຊດ໌  (CO2) ໄດ້ຫຼາຍກວ່າ 35 ລ້ານໂຕນ ຕະຫຼອດອາຍຸການໃຊ້ງານ.

 

ບໍລິສັດ IEAD ເຂົ້າໃຈ ແລະ ເຫັນຄຸນຄ່າຂອງຊຸມຊົນໃນພື້ນທີ່ ແລະ ໄດ້ຕິດພັນກັບສະມາຊິກຊຸມຊົນມາ ຕັ້ງແຕ່ປີ 2011. ພວກເຮົາໄດ້ປະຕິບັດວຽກງານ ຮ່ວມກັບທີ່ປຶກສາທັງ ພາຍໃນປະເທດ ແລະ ຕ່າງປະເທດ ໃນການສ້າງແຜນພັດທະນາຊຸມຊົນ ເພື່ອຮັບປະກັນໃຫ້ ໂຄງການຂອງພວກເຮົາສາມາດສ້າງຜົນປະໂຫຍດຕໍ່ຊຸມຊົນ. ແຜນດັ່ງກ່າວລວມເຖິງ ການສ້າງໂອກາດ ດ້ານວຽກເຮັດງານທຳແກ່ຊາວບ້ານ, ເພີ່ມການເຂົ້າເຖິງ ການບໍລິການສຸຂະພາບ ແລະ ການສຶກສາ, ການມອບທຶນການສຶກສາ, ສະໜອງນໍ້າສະອາດ, ສະໜອງພະລັງງານໄຟຟ້າໃນເຂດຊົນນະບົດ, ແຜນງານດ້ານບົດບາດຍິງຊາຍ ແລະ ການຝຶກອົບຮົມ ດ້ານການປູກຝັງ ແລະ ລ້ຽງສັດ. ແຜນພັດທະນາຊຸມຊົນແບບລະອຽດ ກຳລັງໄດ້ຮັບການສະຫຼຸບສັງລວມ ໂດຍ ບໍລິສັດ ERM ຊຶ່ງເປັນທີ່ປຶກສາດ້ານສິ່ງແວດລ້ອມ ແລະ ສັງຄົມສາກົນ ຂອງບໍລິສັດ IEAD ແລະ ຈະເອົາຂຶ້ນໃສ່ເວັບໄຊຕ໌ຂອງພວກເຮົາ ແລະ ທະນາຄານ ADB ພາຍໃນເດືອນຕຸລາ 2022.