ຕົວຢ່າງພັນພືດ ໃນເມືອງດາກຈຶງ, ແຂວງເຊກອງ

Back

ການສຳຫຼວດພືດແບບແບ່ງຜືນເຂດເຂດ ໄດ້ດຳເນີນປະຕິບັດ ເພື່ອສ້າງ ລາຍຊື່ພັນພືດ ທີ່ມີຢູ່ໃນເຂດພື້ນທີ່ສຳຫຼວດ ໂດຍກຳນົດ ຄວາມໜາແໜ້ນ, ຄວາມຖິ່, ສາຍພັນທີ່ໃກ້ສູນພັນ, ພືດສະເພາະຖິ່ນ (ບັນທຶກເປັນຄັ້ງທຳອິດ) ຂອງປະເທດລາວ. ໂດຍຈັດຕັ້ງເປັນຜືນເຂດພືດຕ່າງໆ ສຳລັບແຕ່ລະພື້ນທີ່ສຳຫຼວດ, ໂຄງການໄດ້ຈັດຕັ້ງໄດ້ ທັງໝົດ 30 ຜືນເຂດ ໃນ 5 ພື້ນທີ່ສຳຫຼວດ (6 ຜືນເຂດຕໍ່ໜຶ່ງພື້້ນທີສຳຫຼວດ, 1 ຜືນເຂດ ມີຂະໜາດ 17.85 ມ2).