ຂ່າວສານ

ພິທີເປີດເສົາກັງຫັນລົມຕົ້ນທຳອິດຂອງ ສປປ ລາວ

ພິທີເປີດເສົາກັງຫັນລົມຕົ້ນທຳອິດຂອງ ສປປ ລາວ

ພິທີເປີດເສົາກັງຫັນລົມຕົ້ນທຳອິດຂອງ ສປປ ລາວ ໃນວັນທີ 9 ພະຈິກ 2023 ທີ່ຜ່ານມາ ບໍລິສັດ ມອນຊູນວິນ ພາວເວີ ຈຳກັດ (Monsoon Wind Power Co., Ltd) ໄດ້ຈັດພິທີເປີດເສົາກັງຫັນລົມຕົ້ນທຳອິດ ໃຫ້ກຽດເຂົ້າຮ່ວມເປີດພິທີ ໂດຍທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານ ສອນໄຊ ສີພັນດອນ ຮ່ວມກັບ ທ່ານ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ, ທ່ານ ນັດ ຮຸຕານຸວັດ ຜູ້ອໍານວຍການ ບໍລິສັດ ມອນຊູນວິນ ພາວເວີ ຈຳກັດ, ທ່ານ ທະນູສັກ ພົມມະຈັກ ກໍາມະການບໍລິຫານ ບໍລິສັດ ມອນຊູນ ວິນ ພາວເວີ ຈໍາກັດ ແລະ ປະທານເຈົ້າໜ້າທີ່ບໍລິຫານ ແລະ ກໍາມະການຜູ້ຈັດການໃຫຍ່ ບໍລິສັດ SMP Consultation ຈໍາກັດ, ພ້ອມຄະນະທີ່ໄດ້ເຂົ້າຮ່ວມເປີດພິທີອັນສຳຄັນດັ່ງກ່າວ, ເຊິ່ງພິທີໄດ້ຂື້ນທີ່ ບ້ານດາກຕຣຽມ ເມືອງດາກຈຶງ ແຂວງເຊກອງ ໃນການເປີດພິທີ ທ່ານ ນັດ ຮຸຕານຸວັດ ຜູ້ອໍານວຍການ ບໍລິສັດ ມອນຊູນວິນ ພາວເວີ ຈຳກັດ ໄດ້ຂື້ນກ່າວຄຳປາໄສ ໂດຍມີເນື້ອໃນດັ່ງນີ້: “ເສົາກັງຫັນລົມຕົ້ນນີ້ເປັນສັນຍາລັກແຫ່ງການຮ່ວມມືຮ່ວມໃຈລະຫວ່າງທຸກພາກສ່ວນ ໂດຍສະເພາະຢ່າງຍິ່ງແມ່ນການຮ່ວມມືຈາກທາງລັດທະບານລາວ ຕັ້ງແຕ່ລະດັບເມືອງ ລະດັບແຂວງ ແລະ ລະດັບປະເທດທີ່ໄດ້ໃຫ້ຄວາມຮ່ວມມືເປັນຢ່າງດີ ເປັນສັນຍາລັກຂອງຄວາມພູມໃຈທີ່ພວກເຮົາມຸ່ງໝັ້ນເຮັດໃຫ້ເກີດເສົາກັງຫັນລົມດ້ວຍມາດຕະຖານລະດັບນາໆຊາດ ບໍ່ວ່າຈະເປັນມາດຕະຖານທາງດ້ານການອອກແບບ, ມາດຕະຖານທາງດ້ານການກໍ່ສ້າງ, ມາດຕະຖານທາງດ້ານສິ່ງແວດລ້ອມ ແລະ ສັງຄົມ ແລະ ທີ່ສຳຄັນທີ່ສຸດ ກັງຫັນລົມຕົ້ນນີ້ເປັນສັນຍາລັກແຫ່ງຄວາມຫວັງຂອງປະຊາຊົນທີ່ຢູ່ອ້ອມຮອບໂຄງການທີ່ຈະມີຊີວິດຄວາມເປັນຢູ່ທີ່ດີຂື້ນ ດ້ວຍເສດຖະກິດທີ່ດີຂື້ນບໍ່ວ່າຈະເປັນທາງກົງ ຫລື ທາງອ້ອມທີ່ມາຈາກການພັດທະນາໂຄງການນີ້”

  • Nov 09, 2023
  • Press
ເບິ່ງເພີ່ມເຕີມ

ເລື່ອງຂອງ ມອນສູນ