ການຕັ້ງຖິ່ນຖານຂອງ ຊົນເຜົ່າ ຕຣາລ່ຽງ, ກຸ່ມຊົນເຜົ່າ ຂອງເມືອງ ດາກຈຶງ

Back

ການສຳພາດຊາວບ້ານ ໄດ້ດຳເນີນຢູ່ຕາມບ້ານຕ່າງໆ ທີ່ຕັ້ງຢູ່ບໍລິເວນໃກ້ຄຽງກັບພື້ນທີ່ສຳຫຼວດໄດ້ແກ່ ບ້ານດາກດົມ, ບ້ານດາກຕະອອກ, ບ້ານ ດາກເດີນ ແລະ ບ້ານພ້າວ ແລະ ບ້ານ ດາກກາງ.  ຊຸມຊົນທ້ອງຖິ່ນສ່ວນໃຫຍ່ ໃນເຂດພື້ນທີ່ ສຳຫຼວດແມ່ນ ຊາວຕຣາລ່ຽງ ຍ້ອນລັກສະນະສະເພາະທາງດ້ານຊົນເຜົ່າດັ່ງກ່າວ ຊຶ່ງສາມາດສັງເກດໄດ້ຈາກການຕັ້ງຖິ່ນຖານ ແລະ ວັດທະນາທຳ  ທີ່ເປັນເອກະລັກຂອງເຂົາເຈົ້າ. ພວກເຂົາອາໄສ ແລະ ໃຊ້ເວລາສ່ວນໃຫຍ່ໃນປ່າ ເພື່ອລວບລວມ ຜະລິດຕະພັນ ຈາກປ່າ ແລະ ທຳການລ່າສັດ ຊຶ່ງຄວາມຮູ້ກ່ຽວກັບສັດປ່າ ກໍເປັນທີ່ຍອມຮັບກັນດີ (ເບິ່ງຮູບທີ່ 4). ຄວາມຮູ້ທີ່ໄດ້ຈາກການສຳພາດຊາວບ້ານ ເປັນຂໍ້ມູນເບື້້ອງຕົ້ນຂອງສັດປ່າ ໃນພື້ນທີສຳລວດ ເພື່ອກວດສອບໃນພາກສະໜາມ ໂດຍເນັ້ນ ໃສ່ສາຍພັນສັດປ່າ “ເປົ້າໝາຍ” ທີ່ຖືກຄຸກຄາມໃນທົ່ວໂລກ.