ມອນສູນ ວິນດ໌

ຄວາມເປັນມາຂອງໂຄງການ

 

ບໍລິສັດ ອິມແພຄ ເອັນເນີຣ໌ຈີ ເອເຊຍ ດີເວລລອປເມນທ໌ ຈຳກັດ (IEAD) (ຊື່ເດີມ ບໍລິສັດ ອິມແພຄ ເອັນເນີຣ໌ຈີ ເອເຊຍ ຈຳກັດ) ໄດ້ລົງນາມບັນທຶກຄວາມເຂົ້າໃຈກັບລັດຖະບານ ສປປ ລາວ ໃນເດືອນ ພະຈິກ 2011 ເພື່ອສຶກສາຄວາມເປັນ ໄປໄດ້ຂອງໂຄງການພະລັງງານລົມຂະໜາດໃຫຍ່ຢູ່ສາມແຂວງໃນພາກກາງ ແລະ ພາກໃຕ້ຂອງ ສປປ ລາວ. ຈາກການວັດແທກຄວາມແຮງຂອງລົມຢູ່ສະຖານທີຈິງ ແລະ ຜົນໄດ້ຮັບຈາກການສຶກສາຄວາມເປັນໄປໄດ້, ເຂດ ເມືອງດາກຈຶງ, ແຂວງເຊກອງ ແລະ ເມືອງສັນໄຊ, ແຂວງອັດຕະປື ຖືວ່າເປັນຈຸດທີ່ມີສັກກະຍາພາບສູງສຸດ ສຳລັບການພັດທະນາ ພະລັງງານລົມຂະໜາດໃຫຍ່ ຊຶ່ງສາມາດຍົກລະດັບ ຂຶ້ນໄດ້ຮອດ 600MW. ພາຍຫຼັງທີ່ ການສຶກສາຄວາມເປັນໄປ ໄດ້ຖືກອະນຸມັດຈາກລັດຖະບານຂອງລາວ, ບໍລິສັດ IEAD ໄດ້ຮັບສິດທິພຽງຜູ້ດຽວ ໃນການ ພັດທະນາໂຄງການພະລັງງານລົມແຫ່ງທຳອິດໃນ ສປປ ລາວ ພາຍໃຕ້ ຂໍ້ຕົກລົງໂຄງການພັດທະນາ ໂດຍປະຕິບັດ ຮ່ວມກັບລັດຖະບານລາວ ໃນວັນທີ 7 ສິງຫາ 2015. ເຂດພັດທະນາກວມເອົາເນື້້ອທີປະມານ 68,000 ເຮັກຕາ ພ້ອມດ້ວຍຊັບພະຍາກອນລົມ ໃນແຂວງເຊກອງ ແລະ ອັດຕະປື.

 

ເຂດໂຄງການແມ່ນຕັ້ງຢູ່ເໜືອໜ້ານໍ້າທະເລ 1,200 – 1,600 ແມັດ ແລະ ມີລັກສະນະເປັນເນີນພູທີ່ມີພື້ນທີ່ ປ່າໄມ້ຈຳກັດ ແລະ ໃນປະຈຸບັນກໍມີການນຳໃຊ້ທີດິນແບບຈຳກັດ. ໂຄງການ ຖືກມອບໝາຍ ຢ່າງທາງການໂດຍ ລັດຖະບານລາວໃຫ້ແກ່ ກະຊວງອຸດສາຫະກຳ ແລະ ການຄ້າຂອງ ປະເທດຫວຽດນາມ ໃນເດືອນກໍລະກົດ 2017 ພາຍໃຕ້ການຮ່ວມມືກັບຂະແໜງພະລັງງານ ລະຫວ່າງ ສປປ ລາວ ແລະ ຫວຽດນາມ, ເພື່ອສ້າງໃຫ້ເປັນ ໂຄງການພະລັງງານໝູນວຽນແຫ່ງທຳອິດ ທີ່ມີການຊື້ຂາຍຜ່ານຊາຍແດນລະຫວ່າງປະເທດໃນອາຊຽນ. ໃນວັນທີ 21 ກໍລະກົດ 2020, ລັດຖະມົນຕີແຫ່ງ ຫວຽດນາມ ໄດ້ອະນຸມັດ ແຜນໃນການນຳເຂົ້າພະລັງງານ ທີ່ຜະລິດຈາກ ໂຄງການໃຫ້ແກ່ລະບົບພະລັງຂອງຫວຽດນາມ ຜ່ານ ການເຊື່ອມໂຍງເຄື່ອຂ່າຍ 500 kV ແລະ ໄດ້ອະນຸມັດ ການເພີ່ມຈຳໜ່າຍໄຟຟ້າຜ່ານສາຍສົ່ງຂະໜາດ 500 kV ຈາກໂຄງການ ໄປຫາ ສະຖານີຍ່ອຍ Thanh My ໃຫ້ແກ່ ແຜນທົບທວນການພັດທະນາ ພະລັງງານ VII ຂອງປະເທດຫວຽດນາມ. ສັນຍາຊື້ຂາຍໄຟຟ້າ ກໍໄດ້ຮັບການລົງນາມ ຢ່າງມີຜົນສຳເລັດ ກັບ ການໄຟຟ້າແຫ່ງຫວຽດນາມ ໃນວັນທີ 12 ກໍລະກົດ 2021 ແລະ ກໍໄດ້ຕັ້ງເປົ້າໝາຍຂອງວັນເວລາ ໃນການດຳເນີນງານໃນການຊື້ຂາຍຢູ່ ໃນທ້າຍປີ 2025.

ຂີດໝາຍພັດທະນາ
ທີ່ເປັນກຸນແຈສໍາຄັນ

2011

2012

2015

2016

2017

2018

2019

2020

2021

2022

ພະຈິກ 2011

ການລົງນາມບັນທຶກຄວາມເຂົ້າໃຈ ລະຫວ່າງລັດຖະບານ ສປປ. ລາວ ແລະ ບໍລິສັດ ອິມແພຄ ເອັນເນີຣ໌ຈີ ເອເຊຍ ຊຶ່ງໄດ້ມອບສິດທິໃນການພັດທະນາ ໂຮງໄຟຟ້າລົມ ໃນເຂດທີ່ມີເນື້້ອທີ່ 68,000 ເຮັກຕາ ແລະ ວາງແຜນຂັ້ນຕອນສຳລັບ ບໍລິສັດ ອິມແພຄ ເອັນເນີຣ໌ຈີ ເອເຊຍ ໃຫ້ຈັດຕັ້ງການສຶກສາຄວາມເປັນໄປໄດ້ ແລະ ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ສຸຂະພາບ.

ກໍລະກົດ 2012

ການກວດຕິດຕາມພະລັງລົມ ດ້ວຍການສະໜັບສະໜູນຈາກທີ່ປຶກສາດ້ານພະລັງງານລົມສາກົນ ເລີ່ມຕົ້ນຢູ່ແຂວງເຊກອງ.

ສິງຫາ 2015

ອີງຕາມຜົນການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ, ບໍລິສັດ ອິມແພຄ ເອັນເນີຣ໌ຈິ ເອເຊຍ ພົບວ່າແຂວງເຊກອງ ແລະ ແຂວງອັດຕະປື ເປັນເຂດພື້ນທີ່ ທີ່ມີແນວໂນ້ມຫຼາຍທີ່ສຸດ ເພື່ອພັດທະນາ ໂຄງການພະລັງງານລົມຂະໜາດໃຫຍ່. ໄດ້ມີການລົງນາມໃນສັນຍາຂໍ້ຕົກລົງພັດທະນາໂຄງການລະຫວ່າງ ລັດຖະບານລາວ ແລະ ບໍລິສັດ ອິມແພຄ ເອັນເນີຣ໌ຈິ ເອເຊຍ ຊຶ່ງຢືນຢັນໃຫ້ ບໍລິສັດ ອິມແພຄ ເອັນເນີຣ໌ຈິ ເອເຊຍ ເປັນຜູ້ພັດທະນາໂຄງການນີ້ພຽງຜູ້ດຽວ.

ຕຸລາ 2016

ການລົງນາມບັນທຶກຄວາມເຂົ້າໃຈລະຫວ່າງລັດຖະບານ ສປປ ລາວ ແລະ ສສ. ຫວຽດນາມ ໃນການສະໜອງພະລັງງານໝູນວຽນຂະໜາດ 5,000 MW ຈາກ ສປປ. ລາວ ໄປສູ່ປະເທດ ຫວຽດນາມ.

ກໍລະກົດ 2017

ລັດຖະບານລາວໄດ້ສະເໜີ ໂຄງການຜະລິດໄຟຟ້າໃຫ້ແກ່ ປະເທດຫວຽດນາມ (ຈົດໝາຍແຕ່ງຕັ້ງ) ແລະ ຫວຽດນາມກໍໄດ້ຕອບຮັບທາງການ ໃນການແຕ່ງຕັ້ງ ພາຍໃຕ້ ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມື ໃນຂະແໜງການພະລັງງານລະຫວ່າງ ສປປ ລາວ ແລະ ປະເທດຫວຽດນາມ.

ພຶດສະພາ 2018

ຫຼັງຈາກການປຶກສາຫາລືຂັ້ນບ້ານ ແລະ ຂັ້ນແຂວງສຳເລັດ ແລະ ໄດ້ຮັບການຮັບຮອງແລ້ວ, ໄດ້ມີການຮ່າງ ການປະເມີນຜົນກະທົບ ທາງສິ່ງແວດລ້ອມ, ສັງຄົມ ແລະ ສຸຂະພາບ ໄດ້ຍື່ນຫາ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອຮັບການອະນຸມັດ.

 

ໃນຂະນະດຽວກັນ, ບໍລິສັດ ອິມແພຄ ເອັນເນີຣ໌ຈິ ເອເຊຍ ໄດ້ເລີ່ມຕົ້ນຮ່ວມມືກັບ ສະຖາບັນພະລັງງານ ຂອງຫວຽດນາມ ເພື່ອເຮັດການສຶກສາຜົນກະທົບຂອງລະບົບໂຄງຂ່າຍໄຟຟ້າ ແລະ ເພື່ອຊອກຫາສະຖານທີ ທີ່ມີສັກກະຍາພາບສຳລັບໂຄງການ ເພື່ອເຊື່ອມຕໍ່ກັບລະບົບໂຄງຂ່າຍໄຟຟ້າຂອງຫວຽດນາມ.

ກັນຍາ 2019

ການສຶກສາຜົນກະທົບຂອງລະບົບໂຄງຂ່າຍໄຟຟ້າ ໄດ້ສຳເລັດຮຽບຮ້ອຍ ແລະ ອະນຸມັດ ໂດຍ ການໄຟຟ້າຫວຽດນາມ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ. ສິ່ງນີ້ ເປັນການຢືນຢັນວ່າ ໂຄງການຄວນຈະເຊື່ອມຕໍ່ທີ່ຂະໜາດ 500 kV ທີ່ສະຖານຮອງ ແທງມີ ແລະ ບໍມີຜົນກະທົບໃນທາງລົບ ຕໍ່ລະບົບໂຄງຂ່າຍໄຟຟ້າຫວຽດນາມ ຈາກໂຄງການ.

 

ພາຍຫຼັງທີ່ ຄະນະກຳມະການຂອງ ການໄຟຟ້າຫວຽດນາມໄດ້ອະນຸມັດ, ໄດ້ມີການເຊັນບົດບັນຄວາມເຂົ້າໃຈດ້ານ ອັດຕາພາສີ ແລະ ບໍລິສັດ ອິມແພຄ ເອັນເນີຣ໌ຈິ ເອເຊຍໄດ້ເລີ່ມຕົ້ນສົນທະນາກ່ຽວກັບ ຂໍ້ຕົກລົງການຊື້້ຂາຍພະລັງງານ ກັບການໄຟຟ້າຫວຽດນາມ. ບໍລິສັດ ອິມແພຄ ເອັນເນີຣ໌ຈິ ເອເຊຍ ຍັງໄດ້ເລີ່ມຕົ້ນສົນທະນາກັບ ລັດຖະບານກາງຂອງ ຫວຽດນາມ ກ່ຽວກັບຂັ້ນຕອນການອະນຸມັດ ເພື່ອນຳເຂົ້າພະລັງງານຈາກໂຄງການ ເຂົ້າສູ່ຫວຽດນາມ ຊຶ່ງປະກອບດ້ວຍ ການອະນຸມັດຈາກຫົກກະຊວງ ແລະ ສຸດທ້າຍແມ່ນ ສຳນັກງານນາຍົກລັດຖະມົນຕີ.

 

ກໍລະກົດ 2020

ຫຼັງຈາກໄດ້ຮັບການອະນຸມັດຈາກຫົກກະຊວງ, ລັດຖະມົນຕີຫວຽດນາມໄດ້ໃຫ້ການອະນຸມັດສຳລັບການນຳເຂົ້າ ພະລັງງານຈາກໂຄງການເຂົ້າສູ່ຫວຽດນາມ ຊຶ່ງລວມທັງ ຄວາມຕ້ອງການຂອງສາຍສົ່ງຂະໜາດ 500 kV ໃນແຜນພັດທະນາພະລັງງານຂອງຫວຽດນາມ.

 

ບໍລິສັດ IEAD ໄດ້ວ່າຈ້າງ ບໍລິສັດ ERM ຊຶ່ງເປັນທີ່ປຶກສາດ້ານສິ່ງແວດລ້ອມ ແລະ ສັງຄົມສາກົນ ເພື່ອຮັບປະກັນການປະຕິບັດຕາມນະໂຍບາຍການປ້ອງກັນຂອງຜູ້ໃຫ້ກູ້ຢືມສາກົນ.

ກໍລະກົດ 2021

ການເຊັນ ຂໍ້ຕົກລົງຊື້ຂາຍກັບ ການໄຟຟ້າຫວຽດນາມ.

ເດືອນມັງກອນ 2022: ການລົງນາມເຊັນສັນຍາຂໍ້ຕົກລົງຊື້ຂາຍ ພະລັງງານ ສະບັບແກ້ໄຂ ແລະ ປັບປຸງໃໝ່

ເດືອນພຶດສະພາ 2022: ການປະເມີນຜົນກະທົບທາງສິ່ງແວດລ້ອມ, ສັງຄົມ ແລະ ສຸຂະພາບ ລະຫວ່າງປະເທດ ໄດ້ປະສົບຜົນສຳເລັດ ເປີດເຜີຍລົງເວັບໄຊທ໌ ຂອງທະນາຄານ ພັດທະນາອາຊີ (ADB).

ເດືອນມິຖຸນາ 2022: ຂໍ້ຄວາມຫຼັກຂອງຂໍ້ຕົກລົງສຳປະທານເລີ່ມຕົ້ນຂຶ້ນໂດຍລັດຖະບານລາວ.

ທີ່ຕັ້ງໂຄງການ

ໂຄງການ ພະລັງງານລົມ ມອນສູນ ເປັນໂຄງການທີ່ມີ ກຳລັງຜະລິດ 600 MW ຕັ້ງຢູ່ແຂວງເຊກອງ ແລະ ແຂວງອັດຕະປື ພາກໃຕ້ຂອງ ສປປ ລາວ. ໂຄງການຈະສົ່ງພະລັງງານໝູນວຽນທີ່ຜະລິດໄດ້ ໄປສູ່ຫວຽດນາມກາງ ຜ່ານສາຍສົ່ງຂະໜາດ 500 kV

IMG-32432.png

ຂໍ້ມູນ ແລະ ຕົວເລກ

950
ມູນຄ່າໂຄງການທັງໝົດ 950 ລ້ານ ໂດລາສະຫະລັດ
22
ສາຍສົ່ງຍາວ 22 ກິໂລແມັດ ຈາກສະຖານນີຍ່ອຍ ໄປຫາຊາຍແດນ ລາວ -ຫວຽດນາມ
20
ສະມາຊິກ ເຂົ້າຮ່ວມໃນການພັດທະນາ ຈຳນວນ 20 ທ່ານ
10
ໄລຍະເວລາ 10 ປີ ໃນການວັດແທກລົມ
133
ກັງຫັນລົມຜະລິດໄຟຟ້າ
110
ໄລຍະຄວາມສູງດຸມຍຶດໃບພັດ
1,000
ນຳໃຊ້ເນື້້ອທີ່ 1,000 ເຮັກຕາ
25
ຂໍ້ຕົກລົງການຊື້ຂາຍ ໄລຍະ 25 ປີ
25
ຂໍ້ຕົກລົງ ການສຳປະທານໄລຍະ 25 ປີ
meet the team_monsoon wind.jpg

ພົບກັບທີມງານ

Nat (2).png

Nat Hutanuwatr

ອຳນວຍການໃຫຍ່

Narut (2).png

Narut Boakajorn

ອຳນວຍການພັດທະນາໂຄງການ

peter.png

Peter Littlewood

ອຳນວຍການໂຄງການ

Itthipol.png

Itthipol Kanjanaphan

ອຳນວຍການ ວິສາວະກຳ

Chaovalit.png

Chaovalit Khunchaiyaphum

ອຳນວຍການເຂດພື້ນທີ

Duncan.png

Duncan Black

ອຳນວຍການ ດ້ານການຄ້າ ແລະ ການເງິນ

Pavika.png

Pavika Tanveerakasem

ການຄ້າ ແລະ ການເງິນ

Parichat.png

Parichat Thanapatpaiboon

ການຄ້າ ແລະ ການເງິນ

Giang.png

Nguyen Truong Giang

ຕົວແທນ - ປະເທດຫວຽດນາມ

Kritawit.png

Kritawit Sriwattanapan

ພັດທະນາໂຄງການ

Shania.png

Shania Pensuk

ພັດທະນາໂຄງການ

Wattanee (2).png

Wattanee Prungchaiyaphum

ພັດທະນາໂຄງການ

Kanokploy.png

Kanokploy Phumprasop

ພັດທະນາໂຄງການ

Sira Khamklai.png

Sira Khamklai

ພັດທະນາໂຄງການ

Pongpat.png

Pongpat Phukanud

ພັດທະນາໂຄງການ

Laphaschawan.png

Laphaschawan Plaokaew

ບັນຊີໂຄງການ

Panassaya Porjit.png

Panassaya Porjit

ຄວບຄຸມການເງິນ

Amorn.png

Amorn Vorashompoo

ວິສາວະກຳ ໂຄງການ

Siripoom Warathanasin.png

Siripoom Warathanasin

ວິສາວະກຳ ໂຄງການ

Vinh.png

Nguyen The Vinh

ວິສາວະກຳ ໂຄງການ