IMG-12544.png

ໂຄງການພະລັງງານລົມ
ໃຫຍ່ທີ່ສຸດໃນອາຊຽນ

ຄວາມເປັນມາຂອງ ໂຄງການ ມອນສູນ ວິນດ໌

 

 

ບໍລິສັດ Impact Energy Asia Development Limited (“IEAD”) (ຊື່ເດີມ ບໍລິສັດ Impact Energy Asia ຈຳກັດ) ໄດ້ລົງນາມບັນທຶກຄວາມເຂົ້າໃຈກັບລັດດຖະບານ ສປປ ລາວ ໃນເດືອນ ພະຈິກ ປີ 2011 ເພື່ອສຶກສາຄວາມເປັນ ໄປໄດ້ຂອງໂຄງການພະລັງງານລົມຂະໜາດໃຫຍ່ ຢູ່ສາມແຂວງໃນພາກກາງ ແລະ ພາກໃຕ້ຂອງ ສປປ. ລາວ.

 

ສຶກສາເພີ່ມເຕີມ

600 MW

ຄວາມອາດສາມາດຕິດຕັ້ງ - ຟາມລົມທີ່ໃຫຍ່ທີ່ສຸດ

ໃນອາຊີຕາເວັນອອກສຽງໃຕ້

1ST

ໂຄງການພະລັງງານລົມ

ຢູ່ ສປປ ລາວ

1ST

ຂ້າມແດນ (ລາວ-ຫວຽດນາມ)

ໂຄງການຟື້ນຟູໃນອາຊີ

IMG-34564.jpg

ພາກໃຕ້ຂອງລາວ

ໂຄງການ ພະລັງງານລົມ ມອນສູນ ວິນດ໌ ເປັນໂຄງການພະລັງງານລົມ ທີ່ມີກຳລັງຜະລິດຂະໜາດ 600 MV ໃນແຂວງເຊກອງ ແລະ ແຂວງອັດຕະປື ຢູ່ພາກໃຕ້ຂອງ ສປປ. ລາວ. ໂຄງການຈະນຳສົ່ງພະລັງງານໝູນວຽນທີ່ຜະລິດໄດ້ ໄປພາກກາງຂອງປະເທດຫວຽດນາມ ຜ່ານສາຍສົ່ງ 500 kV

  • 31ບ້ານ

  • 1,000 haເນື້້ອທີ່ນຳໃຊ້

  • 1,200 Mສູງກວ່າລະດັບທະເລ

ການພັດທະນາແບບຍືນຍົງ

icon-world.png
35M+

ໂຕນແກ໊ສ CO2 ຖືກລົດລົງພາຍໃນອາຍຸຂອງໂຄງການ

icon-home.png
8,400

ຄົວເຮືອນ ໄດ້ຮັບພະລັງງານສະອາດຕໍ່ປີ

ຂ່າວ ແລະອັບເດດ

ພິທີເປີດເສົາກັງຫັນລົມຕົ້ນທຳອິດຂອງ ສປປ ລາວ

ພິທີເປີດເສົາກັງຫັນລົມຕົ້ນທຳອິດຂອງ ສປປ ລາວ

ພິທີເປີດເສົາກັງຫັນລົມຕົ້ນທຳອິດຂອງ ສປປ ລາວ ໃນວັນທີ 9 ພະຈິກ 2023 ທີ່ຜ່ານມາ ບໍລິສັດ ມອນຊູນວິນ ພາວເວີ ຈຳກັດ (Monsoon Wind Power Co., Ltd) ໄດ້ຈັດພິທີເປີດເສົາກັງຫັນລົມຕົ້ນທຳອິດ ໃຫ້ກຽດເຂົ້າຮ່ວມເປີດພິທີ ໂດຍທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານ ສອນໄຊ ສີພັນດອນ ຮ່ວມກັບ ທ່ານ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ, ທ່ານ ນັດ ຮຸຕານຸວັດ ຜູ້ອໍານວຍການ ບໍລິສັດ ມອນຊູນວິນ ພາວເວີ ຈຳກັດ, ທ່ານ ທະນູສັກ ພົມມະຈັກ ກໍາມະການບໍລິຫານ ບໍລິສັດ ມອນຊູນ ວິນ ພາວເວີ ຈໍາກັດ ແລະ ປະທານເຈົ້າໜ້າທີ່ບໍລິຫານ ແລະ ກໍາມະການຜູ້ຈັດການໃຫຍ່ ບໍລິສັດ SMP Consultation ຈໍາກັດ, ພ້ອມຄະນະທີ່ໄດ້ເຂົ້າຮ່ວມເປີດພິທີອັນສຳຄັນດັ່ງກ່າວ, ເຊິ່ງພິທີໄດ້ຂື້ນທີ່ ບ້ານດາກຕຣຽມ ເມືອງດາກຈຶງ ແຂວງເຊກອງ ໃນການເປີດພິທີ ທ່ານ ນັດ ຮຸຕານຸວັດ ຜູ້ອໍານວຍການ ບໍລິສັດ ມອນຊູນວິນ ພາວເວີ ຈຳກັດ ໄດ້ຂື້ນກ່າວຄຳປາໄສ ໂດຍມີເນື້ອໃນດັ່ງນີ້: “ເສົາກັງຫັນລົມຕົ້ນນີ້ເປັນສັນຍາລັກແຫ່ງການຮ່ວມມືຮ່ວມໃຈລະຫວ່າງທຸກພາກສ່ວນ ໂດຍສະເພາະຢ່າງຍິ່ງແມ່ນການຮ່ວມມືຈາກທາງລັດທະບານລາວ ຕັ້ງແຕ່ລະດັບເມືອງ ລະດັບແຂວງ ແລະ ລະດັບປະເທດທີ່ໄດ້ໃຫ້ຄວາມຮ່ວມມືເປັນຢ່າງດີ ເປັນສັນຍາລັກຂອງຄວາມພູມໃຈທີ່ພວກເຮົາມຸ່ງໝັ້ນເຮັດໃຫ້ເກີດເສົາກັງຫັນລົມດ້ວຍມາດຕະຖານລະດັບນາໆຊາດ ບໍ່ວ່າຈະເປັນມາດຕະຖານທາງດ້ານການອອກແບບ, ມາດຕະຖານທາງດ້ານການກໍ່ສ້າງ, ມາດຕະຖານທາງດ້ານສິ່ງແວດລ້ອມ ແລະ ສັງຄົມ ແລະ ທີ່ສຳຄັນທີ່ສຸດ ກັງຫັນລົມຕົ້ນນີ້ເປັນສັນຍາລັກແຫ່ງຄວາມຫວັງຂອງປະຊາຊົນທີ່ຢູ່ອ້ອມຮອບໂຄງການທີ່ຈະມີຊີວິດຄວາມເປັນຢູ່ທີ່ດີຂື້ນ ດ້ວຍເສດຖະກິດທີ່ດີຂື້ນບໍ່ວ່າຈະເປັນທາງກົງ ຫລື ທາງອ້ອມທີ່ມາຈາກການພັດທະນາໂຄງການນີ້”

  • Nov 09, 2023
  • Press

ຕິດ​ຕໍ່​ພວກ​ເຮົາ

ທີ່ຢູ່

 

Impact Energy Asia Development Limited 45/F The Offices at CentralWorld 999/9 Rama 1 Road, Patumwan, Bangkok 10330 Thailand

 

 

ເອົາເສັ້ນທາງ