ພິທີເຊັນສັນຍາສໍາປະທານ

Back

ບໍລິສັດ ມອນຊູນ ວິນພາວເວີ ຈຳກັດ (MWP) ຕາງໜ້າໂດຍ ທ່ານ ນັດ ຫຸຕານຸວັດ ຜູ້ອຳນວຍການໃຫຍ່ MWP ແລະ ທ່ານ ນິວັດ ອາດີເຣັກ ຜູ້ລົງນາມໃນນາມຂອງ MWP ເຂົ້າຮ່ວມພິທີເຊັນສັນຍາສຳປະທານ (CA) ຂອງໂຄງການໄຟ້ຟ້າພະລັງງານລົມ ມອນຊູນ ກຳລັງຜະລິດ ຂະໜາດ 600ເມກາວັດ ຢູ່ທີ່ເມືອງ ດາກຈຶງ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື ກັບ ລັດຖະບານ ແຫ່ງ ສປປ ລາວ ທີ່ນະຄອນຫຼວງວຽງຈັນ ໃນວັນທີ 1 ທັນວາ 2022

 

ໂຄງການໄຟ້ຟ້າພະລັງງານລົມ ມອນຊູນ ແມ່ນເປັນຟາມພະລັງງານລົມທີ່ໃຫຍ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ແລະ ໂຄງການພະລັງງານລົມທີ່ຂ້າມຊາຍແດນແຫ່ງທຳອິດຂອງອາຊຽນ